ບໍລິການຂອງກົມຂົນສົ່ງ ໃນບ່ອນດຽວ

ຊອກຮູ້ວ່າແຕ່ລະບໍລິການຕ້ອງການຫຍັງ, ຍື່ນຄຳຮ້ອງ ແລະ ຕິດຕາມຄວາມຄືບໜ້າ ໂດຍບໍ່ຕ້ອງມາລໍຖ້າຄິວ.

ບໍລິການ

ໃບຂັບຂີ່ສາກົນ ສຳລັບຜູ້ທີ່ມີໃບຂັບຂີ່ລາວ ແລະ ຕ້ອງການຂັບຂີ່ຢູ່ຕ່າງປະເທດ. ມີອາຍຸໜຶ່ງປີ. ຍື່ນອອນລາຍໄດ້ ປຶ້ມອະນຸຍາດຂົນສົ່ງລະຫວ່າງປະເທດ ປຶ້ມອະນຸຍາດສຳລັບນຳພາຫະນະຂ້າມແດນໄປປະເທດເພື່ອນບ້ານ. ມີອາຍຸໜຶ່ງປີ ແລະ ຕໍ່ອາຍຸໄດ້ໜຶ່ງຄັ້ງ. ຍື່ນອອນລາຍໄດ້ ໃບອະນຸຍາດດ້ານເຕັກນິກນຳພາຫະນະກົນຈັກເຂົ້າ ແລະ ຂຶ້ນທະບຽນຊົ່ວຄາວ ສຳລັບວິສາຫະກິດທີ່ຈະນຳພາຫະນະກົນຈັກເຂົ້າ ສປປ ລາວ ຊົ່ວຄາວ. ຍື່ນອອນລາຍໄດ້ ການອອກອະນຸຍາດ ອອກທະບຽນ, ປ້າຍຊົ່ວຄາວ ສຳລັບພາຫະນະທີ່ນຳເຂົ້າຊົ່ວຄາວແລ້ວ ແລະ ຕ້ອງການທະບຽນ, ປ້າຍຊົ່ວຄາວ. ຍື່ນອອນລາຍໄດ້ ໃບຢັ້ງຢືນທາງດ້ານເຕັກນິກ ຕໍ່ອາຍຸນຳໃຊ້ລົດ ນຳເຂົ້າຊົ່ວຄາວ ສຳລັບຕໍ່ອາຍຸນຳໃຊ້ ແລະ ຕໍ່ທະບຽນ ຂອງລົດທີ່ນຳເຂົ້າຊົ່ວຄາວ. ຍື່ນອອນລາຍໄດ້ ໃບຢັ້ງຢືນດ້ານເຕັກນິກ ເພື່ອຂຶ້ນທະບຽນ ສຳລັບລົດຈັກ ທີ່ປະກອບໃນ ສປປ ລາວ ໂຮງງານປະກອບລົດ ຍື່ນບັນຊີລົດຈັກທີ່ປະກອບແລ້ວ ເທື່ອລະຫຼາຍຄັນ. ເມື່ອກົມຂົນສົ່ງອະນຸມັດ ລົດແຕ່ລະຄັນຈະມີໃບຢັ້ງຢືນ ແລະ QR ຂອງຕົນເອງ ສຳລັບນຳໄປຂຶ້ນທະບຽນ. ຍື່ນອອນລາຍໄດ້ ປຶ້ມ ແລະ ໃບອະນຸຍາດຂົນສົ່ງສິນຄ້າລະຫວ່າງປະເທດ ປຶ້ມຂົນສົ່ງລະຫວ່າງປະເທດ ສຳລັບລົດຂົນສົ່ງສິນຄ້າ ພາຍໃຕ້ສັນຍາ 2 ຝ່າຍ (ປຶ້ມສີຂຽວ: 1 ປີ, ຕໍ່ໄດ້ 1 ຄັ້ງ), ໃບອະນຸຍາດແລ່ນລົດປະຈຳປີ (ໃບສີບົວ), ປຶ້ມຕິດຕາມການແລ່ນລົດ (ປຶ້ມສີຟ້າ) ແລະ ໃບອະນຸຍາດເຄື່ອນໄຫວດຳເນີນການຂົນສົ່ງລະຫວ່າງປະເທດ ປະຈຳປີ. ແຕ່ລະຢ່າງມີອາຍຸ 1 ປີ. ໃບອະນຸຍາດຂົນສົ່ງພິເສດ (ຂະໜາດໃຫຍ່, ນ້ຳໜັກເກີນ) ນຳໃຊ້ໄດ້ເທື່ອດຽວ. ສູງສຸດ 5–7 ຄັນຕໍ່ໃບອະນຸຍາດ ຂຶ້ນກັບສາຍທາງ. ໄລຍະເວລາຂົນສົ່ງ 7 ຫາ 14 ວັນ. ໃບອະນຸຍາດຂົນສົ່ງວັດຖຸອັນຕະລາຍ ນຳໃຊ້ໄດ້ເທື່ອດຽວ. ສູງສຸດ 5–7 ຄັນຕໍ່ໃບອະນຸຍາດ ຂຶ້ນກັບສາຍທາງ. ໄລຍະເວລາຂົນສົ່ງ 7 ຫາ 14 ວັນ. ອະນຸຍາດນຳເຂົ້າລົດຂົນສົ່ງ ແລະ ຕູ້ສິນຄ້າຕ່າງປະເທດ (ເປົ່າ) ມາຮັບສິນຄ້າ ເພື່ອສົ່ງອອກຄືນ ນຳໃຊ້ໄດ້ຄັ້ງດຽວ. ໄລຍະເວລາຂຶ້ນກັບກໍລະນີ. ອະນຸຍາດນຳເຂົ້າລົດຂົນສົ່ງ ແລະ ຕູ້ສິນຄ້າຕ່າງປະເທດ ທີ່ມີສິນຄ້າເຕັມ ມາສົ່ງສິນຄ້າ ແລ້ວອອກຄືນດ່ານເກົ່າ ສຳລັບສິນຄ້າແຕກຫັກງ່າຍ, ສິນຄ້າທີ່ເກັບຮັກສາອຸນຫະພູມ (ຢາປົວພະຍາດ) ແລະ ສິນຄ້າຂອງຂະແໜງການລັດ ທີ່ໄດ້ຮັບການຊ່ວຍເຫຼືອຈາກສາກົນ.

ຂັ້ນຕອນ

  1. 1 ລົງທະບຽນ ເຂົ້າສູ່ລະບົບດ້ວຍ Ohlom, Google, WhatsApp ຫຼື ອີເມວ ແລ້ວຕື່ມຂໍ້ມູນຂອງທ່ານ.
  2. 2 ຍື່ນຄຳຮ້ອງ ເລືອກບໍລິການ, ຕື່ມແບບຟອມ ແລະ ອັບໂຫຼດເອກະສານ.
  3. 3 ຕິດຕາມ ເບິ່ງສະຖານະຄຳຮ້ອງໄດ້ທຸກເວລາ ແລະ ແກ້ໄຂຖ້າເຈົ້າໜ້າທີ່ຂໍ.
  4. 4 ຮັບເອກະສານ ມາຮັບເອກະສານທີ່ກົມ ພ້ອມເອກະສານຕົ້ນສະບັບ.

ມີ 6 ບໍລິການທີ່ຍື່ນຄຳຮ້ອງທາງອອນລາຍໄດ້ແລ້ວ. ບໍລິການອື່ນ ກະລຸນາຍື່ນທີ່ກົມຂົນສົ່ງໃນລະຫວ່າງນີ້.